ແນະນຳສາຂາວິຊາຮຽນພິເສດຂອງຊັ້ນສູງ
ຊັ້ນສູງກໍ່ຄືວິທະຍາໄລວິຊາຊີບ,ທິດທາງໃນການສຶກສາອົບຮົມແມ່ນມີຜົນຕໍ່ການສະໝັກວຽກ,ເພາະສະນັ້ນວິທະຍາໄລຊັ້ນສູງມີບາງສາຂາວິຊາທີ່ພິເສດຫຼາຍ,ເລີ່ມຈາກບາງດ້ານມາເວົ້າແລ້ວຈະດີກວ່າມະຫາວິທະຍາໄລປະລິນຍາຕີ. ຂ້າງລຸ່ມແມ່ນການແນະນຳບາງອັນ:
ສາຂາວິຊາທີ່ມີເງີນເດືອນສູງທີ່ສຸດແມ່ນ:ການເດີນເຮືອ,ເຄື່ອງຍົນ,ໄຟຟ້າໃນເຮືອ. ສາຂາວິຊາຮຽນເຫຼົ່ານີ້ແມ່ນຮຽນເປັນພະນັກງານໃນເຮືອ,ໃນປະຈຸບັນເງີນເດືອນແຕ່ລະເດືອນຂອງພະນັກງານໃນເຮືອເດີນສະໝຸດແມ່ນຢູ່ໃນ8000ຢວນຮອດ12000ຢວນ.
ການຮຽນຝັງເຂັມຈີນ,ເຮັດວຽກໃນສາຂາວິຊານວດແຜນຈີນ,ເຮັດໃຫ້ມີຄວາມປາດຖະໜາຢາກເປັນໝໍ.ໃນບັນດາສາຂາວິຊາຮຽນຂອງນັກຮຽນຕ່າງປະເທດ100ປາຍກວ່າສາຂາຮຽນນັ້ນມີພຽງແຕ່ສາຂາວິຊາຮຽນນີ້ທີ່ສຶກສາອົບຮົມແພດ,ທີ່ສາມາດຮັບໃບທະບຽນແພດ,ມີຄຸນສົມບັດໃນການກວດແລະຮັກສາຕາມໃບສັ່ງຂອງແພດ,ກວດພະຍາດໃຫ້ຄົນເຈັບໄດ້.
ຮຽນຈົບແລ້ວສາມາດເປັນເຈົ້າຂອງຮ້ານເອງໄດ້,ສ້າງບໍລິສັດເປັນຂອງຕົນເອງ.ສາຂາວິຊາການປຸງແຕ່ງອາຫານແບບຈີນແລະແບບຕາເວັນຕົກສາມາດເປີດຮ້ານອາຫານຈີນທີ່ຍອມຮັບໃນທົ່ວທຸກປະເທດໃນໂລກ;ສາຂາວິຊາການສື່ສານເຄື່ອນທີ,ເປີດຮ້ານໂທລະສັບ,Broadband,ຮ້ານອິນເຕີເນັດ;ການສ້ອມແປງລົດແລະຝ່າຍຂາຍ,ສາມາດເປິດຮ້ານຈັດຈຳໜ່າຍແລະສ້ອມແປງລົດ;ສາຂາວິຊາການອອກແບບ,ສາມາເປີດຮ້ານອອກແບບໜ້າປົກປຶ້ມ,ອອກແບບສາຂາວິຊາຮຽນ,ການພິມ,ຮ້ານcopyແລະອື່ນໆ.
ສະໝັກວຽກໃນກິດຈະການພິເສດ. ທາງລົດໄຟຂອງຈີນແລະທາງລົດໄຟຄວາມໄວສູງທີ່ກຳລັງພັດທະນາໄປຍັງທຸກປະເທດ,ຢູ່ຈີນມັກຈະບໍ່ມີໂຮງຮຽນທີ່ມີສາຂາວິຊາຮຽນສອນສະເພາະກ່ຽວກັບການສຶກສາອົບຮົມບຸກຄະລາກອນທີ່ມີຄວາມສາມາດ,ການກໍ່ສ້າງທາງລົດໄຟແລະດຳເນີນທຸລະກິດຕ້ອງໄດ້ຮັບສະໝັກບຸກຄະລາກອນພາຍໃນປະເທດທີ່ມີຄວາມສາມາດສະເພາະທາງເປັນຈຳນວນຫຼວງຫຼາຍ,ເງີນເດືອນແລະສະຫວັດດີການດີຫຼາຍ,ດັ່ງນັ້ນມາຈີນເພື່ອຮຽນສາຂາວິຊາການຄົມມະນາຄົມທາງລົດໄຟ,ກັບໄປປະເທດມີວຽກເຮັດງານທຳແນ່ນອນ;ອຸດສາຫະກຳປິໂຕເຄມີ,ສ້ອມແປງເຄື່ອງຈັກຂຸດຄົ້ນບໍ່ແຮ່,ຟື້ນຟູກາຍຍະພາບບຳບັດແລະອື່ນໆ.