ສຶກສາໃນສປປຈີນ-ຂັ້ນຕອນການລົງທະບຽນ
ຂັ້ນຕອນທີ່1
ເລີ່ມຈາກການເຂົ້າໜ້າຕ່າງທຳອິດຂອງເວັບໄຊສການສຶກສາໃນສປປຈີນwww.lsly.cn,ຍື່ນໃບສະໝັກຂໍເຂົ້າຮຽນ-ສົ່ງໃບສະໝັກຂໍເຂົ້າຮຽນ, ໃຊ້ພາສາຈີນຫຼືພາສາອັງກິດຕື່ມຂໍ້ມູນລົງໃນຕາຕະລາງແລ້ວສົ່ງໃບສະໝັກ.ໃນນັ້ນເລືອກເອົາ2ປະເພດຂອງ
ໂຮງຮຽນມາຕື່ມຂໍ້ມູນໃສ່: ຊັ້ນສູງ3ປີ,ປະລີນຍາຕີ4ປີ,ປະລີນຍາໂທ,ປະລີນຍາເອກ, ຮຽນພາສາຈີນ,ປະເພດໃດກໍ່ໄດ້.
ອະທິບາຍເນື້ອໃນຂອງການຕື່ມຂໍ້ມູນ:ເປັນທືນບາງສ່ວນຮັບໄດ້ບໍ່?ບໍ່ມີການກຳນົດໂຮງຮຽນ?ຍື່ນສະ ໝັກຂໍເຂົ້າຮຽນສາຂາຫຍັງແດ່(ອິງຕາມລຳດັບໜ້າຫຼັງ)
ໝາຍເຫດເບີໂທລະສັບຕິດຕໍ່ wechat\whatsapp\facebook?
ໃນເວລາດຽວກັນ: ສົ່ງເອກະສານສະໝັກຂໍເຂົ້າຮຽນດັ່ງໃນຕາຕະລາງລຸ່ມນີ້
ເອກະສານຈຳເປັນທີ່ຕ້ອງສົ່ງ | ເລືອກເອກະສານທີ່ຕ້ອງສົ່ງ |
A. ສະແກນໜັງສືເດີນທາງໃຫ້ຊັດເຈນ(ປະກອບມີໜ້າບັນທຶກວີຊ່າ); | D.ຫລັກຖານລາຍຮັບດ້ານເສດຖະກິດ( ໃບຮັບປະກັນລາຍໄດ້ຂອງພໍ່ແມ່ຫຼືໃບຢັ້ນຢືນການຝາກເງີນຫຼາຍກວ່າ10,000ຢວນ) |
B. ໃບປະກາດມໍປາຍ,ໃບຄະແນນ; | E. ໃບກວດສຸຂະພາບ |
C. ຕື່ມຂໍ້ມູນລົງແບບຟອມໃຫ້ຄົບຖ້ວນ; | F. ໃບຍ້ອງຍໍອື່ນໆທີ່ສາມາດນຳມາເປັນຫຼັກຖານໃນຄວາມສາມາດດ້ານການຮຽນແລະໃບຢັ້ງຢືນພິເສດ |
ຂັ້ນຕອນທີ2
ເວັບໄຊສwww.lslsy.cnອີງຕາມສະຖານະການຂອງທ່ານ, ສົ່ງຂໍ້ມູນຂອງທ່ານໄປຍັງໂຮງຮຽນທີ່ກ່ຽວຂ້ອງເພື່ອອະນຸມັດ,ໄດ້ຮັບການຄັດເລືອກເຂົ້າຮຽນແລ້ວ, ສົ່ງຮູບໃບຕອບຮັບຂອງໂຮງຮຽນໃຫ້
ຂັ້ນຕອນທີ3
ຈ່າຍຄ່າຂົນສົ່ງໄປສະນີສາກົນໄປຍັງບັນຊີທີ່ເວັບໄຊສກໍານົດໄວ້(ໃນສ່ວນຂອງປະເທດທີ່ຢູ່ພູມິພາກເອເຊຍຕາເວັນອອກສຽງໃຕ້20ໂດລາ,ປະເທດອື່ນໆ40ໂດລາ) ຖ້າເວັບໄຊສໄດ້ຮັບເງີນຄ່າສົ່ງເອກະສານແລ້ວ,ຈະສົ່ງໃບຕອບຮັບຂອງໂຮງຮຽນ,ໃບວິຊ່າJW202ທີ່ເປັນໃບແທ້ໃຫ້
ຂັ້ນຕອນທີ4
ນັກຮຽນໄດ້ຮັບເອກະສານທາງໄປສະນີແລ້ວ,ແລ່ນເອກະສານແລະເຮັດວິຊ່າເອງ.
ຂັ້ນຕອນທີ5
ອີງຕາມວັນເວລາທີ່ໄດ້ແຈ້ງໄວ້,ມາລົງທະບຽນເຂົ້າຮຽນ,ສາມາດຈອງປີ້ຍົນໃຫ້ກ່ອນແລະມີລົດຮັບສົ່ງໃນ
ຈີນ,ສາມາດຖາມຕອບໄດ້ເຊັ່ນ”ນັກຮຽນຈະໄປລົງທະບຽນເຂົ້າຮຽນຢູ່ ສປປຈີນ ໄປແນວໃດ?”
ຂັ້ນຕອນທີ6
ມາຮອດໂຮງຮຽນສປປຈີນພາຍໃນໜຶ່ງອາທິດ,ຈ່າຍຄ່າບໍລິການແນະນຳໄປຍັງບັນຊີທີ່ເວັບໄຊສໄດ້ກຳນົດໄວ້,
ສ່ວນຫຼາຍຄ່າບໍລິການແນະນຳຂອງ”ທືນບາງສ່ວນ”ແມ່ນ350ໂດລາຮອດ450ໂດລາ,ຖືເອົາການແຈ້ງການ
ຂອງເວັບໄຊເປັນມາດຖານ(ຄ່າບໍລິການແນະນຳບໍ່ໄດ້ລວມຄ່າຂົນສົ່ງໄປສະນີສາກົນ,ຄ່າຮັບສົ່ງ,ຄ່າປີ້ຍົນແລະຄ່າອື່ນໆ).
ຖ້າຕ້ອງການສອບຖາມລາຍລະອຽດເພີ່ມຕື່ມ,ເຊີນເຂົ້າໄປໄດ້ທີ່ເວັບໄຊສສຶກສາໃນສປປຈີນwww.lslsy.cn,ຍື່ນໃບສະໝັກຂໍເຂົ້າຮຽນ-ສົ່ງໃບສະໝັກຂໍເຂົ້າຮຽນທາງອອນລາຍ,ນຳສົ່ງຄວາມຕ້ອງການຂອງທ່ານ
ໝາຍເຫດ: ດີທີສຸດແມ່ນປະຈຸບັນມີລະດັບພາສາຈີນ ແລະ ເປົ້າໝາຍການຮຽນ.